ກ້ອງ Sony a6100 + Kit 16-50mm - ໃໝ່ 100% - ສິນຄ້າປະກັນສູນ Sony 24 ເດືອນ
ໂຟກັສທີ່ໝັ້ນຄົງ ການຮັກສາວັດຖຸທີເຄື່ອນໄຫວຢ່າງຕໍ່ເນື່ອງເປັນສິ່ງສໍາຄັນທີ່ສຸດ ໃນດານຈັບພາບທຸກຊ່ວງເວລາສໍາຄັນ ບໍ່ວ່າຈະບັນທຶກກິດຈະກໍາ ກິລາ ຫຼື ຊີວິດປະຈໍາ ໄດ້ດ້ວຍ AI-based 2 ເຊິ່ງຂັ້ນຕອນວິທີການຂອງໂຊນີທີ່ມີຄວາມຊັບຊ້ອນເລື່ອງການຕິດຕາມນີ້ ແມ່ນຈະບໍ່ເຮັດໃຫ້ທ່ານຜິດຫວັງໃນການປະມວນຜົນ ປະລິມານມະຫາສານຂອງຂໍ້ມູນເຊິ່ງໄດ້ມີການປະມວນຜົນທີ່ມີຄວາມໄວສູງໃນເວລາຕົວຈິງນັ້ນ.
Real - time Eye AF ສໍາລັບຄົນ ຫຼື ມະນຸດ ໃຫ້ການຕິດຕາມດວງຕາຄົນຢ່າງຕໍ່ເນື່ອງເມື່ອຖ່າຍພາບບຸກຄົນໃນການເຄື່ອນໄຫວ ທ່ານສາມາດຈັດລໍາດັບຄວາມສໍາຄັນ ໃຫ້ກັບຕາຊ້າຍ ຫຼື ຕາຂວາໄດ້ ແລະ ເຮັດວຽກໄດ້ທັງທີ່ວັດຖຸຖືກບັງ ຫຼື ເຊື່ອງຢູ່ ຍ້ອນແສງ ຫຼື ຫັນລົງ
ດ້ວຍຄວາມອັດສຸລິຍະທີ່ລໍ້າສະໄໝທີ່ Sony ໄດ້ຮັບການປັບໃຫ້ເຂົ້າກັບສັດ ແລະ ມະນຸດເພື່ອໃຫ້ທ່ານຖ່າຍພາບສັດລ້ຽງ ແລະ ສັດປ່າທີ່ສວຍງາມໄດ້ຢ່າງຄົມຊັດ.
ການຄອບຄຸມ AF ທີ່ຂ້ອນຂ້າງກວ້າງຂວາງຂອງກ້ອງນັ້ນ ມາຈາກຂົງເຂດທີ່ໜາແໜ້ນຂອງຈຸດທີ່ກວດຈັບໄລຍະ 425 ຈຸດ ແລະ ຈຸດກວດຈັບຄວາມຄົມຊັດ 425 ຈຸດ ເພື່ອຄວາມຖືກຕ້ອງໃນການກວດຈັບທີ່ເພີ່ມຂຶ້ນຢ່າງຫຼາຍ ປະສິດທິພາບທີ່ວ່ອງໄວ ຈາກການປະມວນຜົນທີ່ວ່ອງໄວເຖິງ AF 0.02 ວິນາທີເທົ່ານັ້ນ...
ການປະມວນຜົນພາບທີ່ວອງໄວແລະໜ່ວຍຄວາມຈໍາບັບເຟີຄວາມຈຸສູງຊ່ວຍໃຫ້ທ່ານສາມາດຖ່າຍພາບໄດ້ສູງສຸດເຖິງ 11 fps ດ້ວຍ after-view ຫຼື 8 fps ສໍາລັບຕົວຢ່າງແບບເວລາຈິງ
Silent ນີ້ມີປະໂຫຍດໃນສະຖານທີ່ທີ່ບໍ່ຕ້ອງການສຽງລົບກວນເຊັ່ນການສະແດງສົດ ຫຼື ຖ່າຍພາບ α6100 ສາມາດຖ່າຍພາບຕໍ່ເນື່ອງໂດຍບໍ່ມີສຽງລົບກວນ ຊັດເຕີສູງເຖິງ 8 fps ດ້ວຍການຕິດຕາມ AF / AE ທັງໃນໂໝດ AF-C ແລະ ດ້ວຍ AF ແບບຕິດຕາມດວງຕາໃນເວລາຈິງ.
ເຊັນເຊີ APS-C ນໍາໃຊສາຍທອງແດງເພື່ອການນໍາໄຟຟ້າທີ່ດີຂຶ້ນ ແລະ ການປະມວນຜົນວົງຈອນທີ່ປັບປຸງແລ້ວ ເພື່ອຊ່ວຍເພີ່ມປະສິດທິພາບການຮວບຮວມແສງ ใເມື່ອໃຊ້ຮ່ວມກັບພະລັງການຂັບເຄື່ອນການປະມວນຜົນພາບລຸ້ນລ່າສຸດ ສິ່ງນີ້ຈະຊ່ວຍໃຫ້ຄວາມລະອຽດຂອງພາບດີຂຶ້ນ ແລະ ພື້ນຜິວທີ່ເບິ່ງເປັນທໍາມະຊາດທີ່ສຸດ.
ການຫຼຸດຜ່ອນສັດຍານລົບກວນທີ່ໄດ້ຮັບການປັບປຸງຈະສ້າງພາບທີ່ສະອາດຂຶ້ນໃນການຕັ້ງຄ່າທີ່ມືດ ເຊຶ່ງຕ້ອງການຖ່າຍພາບຄວາມໄວສູງ ISO ເດີມຈົນເຖິງ ISO 32000 ສູງສຸດພ້ອມຄວາມໄວສູງ ISO ທີ່ຂະຫຍາຍໄດ້ເຖິງ ISO 51200 ສໍາລັບພາບນິ້ງ ການຫຼຸດຜ່ອນສັດຍານລົບກວນນັ້ນມີປະສິດທິພາບເປັນພິເສດໃນຊ່ວງຄວາມໄວປານກາງເຖິງສູງ
ຄຸນນະສົມບັດຂອງໂທນສີຜິວທີ່ສືບທອດມາຈາກກ້ອງ ຟູເຟຣມຕົວລ່າສຸດ ທີ່ໄດ້ຮັບດານຍອມຮັບຢ່າງສູງ ຈັບພາບຄວາມງົດງາມຕາມທໍາມະຊາດຂອງໂທນສີຜິວມະນຸດຊ່ວຍໃຫ້ທ່ານໄດ້ຮັບການຖ່າຍພາບທີ່ດີທີ່ສຸດ
ພາບທີ່ເບິ່ງເປັນທໍາມະຊາດພ້ອມການເຮັດສີ ທີ່ໄດ້ຮັບການປັບປຸງໃຫ້ດີຂຶ້ນ ຕົງກັບສິ່ງທ່ານເຫັນໃນຊີວິດຈິງ ດ້ວຍສີສັນຂອງດອກໄມ້ ແລະ ວັດຖຸທີ່ຄ້າຍກັນຫຼາຍຂຶ້ນ ລວມເຖິງການຍົກເລີກຂອງ jaggies ແລະສີຜິດພ້ຽນ
Fast Hybrid AF ນໍາສະເໜີຄວາມໄວ, ຄວາມແມ້ນຍໍາສູງ, ແລະ ປະສິດທິພາບການຕິດຕາມ ເພື່ອຕອບສະໜອງຄວາມຕ້ອງການການໂຟກັສອັດຕະໂນມັດເປັນກົດເກນຂອງການຖ່າຍໜັງ 4K ການໃຊ້ລະບົບກວດຈັບໃບໜ້າທີ່ລຽບນຽນ ການໂຟກັສທີ່ມີປະສິດທິພາບ ຫຼາຍຂຶ້ນເນັດໃຫ້ລະບົບໂຟກັສອັດຕະໂນມັດ ມີສະເຖຍລະພາບຫຼາຍຂຶ້ນໃນຂະນະທີ່ກວດຈັບຄວາມຄົມຊັດ AF ຊ່ວຍໃຫ້ເກີດມີຄວາມຖືກຕ້ອງທັງໝົດ ຮັກສາການໂຟກັສທີ່ລາບລື່ນ ແລະ ນິ້ງ ທັງວັດຖຸຂ້າມຕັດໜ້າວັດຖຸນັ້ນ
ການອ່ານພິກເຊວແບບເຕັມໂດຍບໍ່ມີພິກເຊວ binning ປະມວນຜົນປະມານ 2.4 ເທົ່າຈໍາເປັນສໍາລັບການບັນທຶກ 4K (QFHD: 3840 x 2160) ເພື່ອສ້າງການຖ່າຍໜັງທີ່ມີລາຍລະອຽດພິເສດຄວາມເລິກ ແລະ ສົມຈິງ
ຄຸນນະສົມບັດ Touch Tracking ຂອງກ້ອງ ຊ່ວຍໃຫ້ການຕິດຕາມໂຟກັສຂອງວັດຖຸຂອງທ່ານລາບລື່ນ ແລະ ຕໍ່ເນື່ອງ ຍັງສາມາດເປີດໃຊ້ງານໄດ້ດວ້ຍການສໍາຜັດໜ້າຈໍທີ່ງ່າຍອີກດ້ວຍ.
ກ້ອງສາມາດບັນທຶກພາບເຄື່ອນໄຫວໂດຍຕົງໃນຮູບແບບຂອງສະໂລໂມຊັນ (ສູງສຸດ 5 ເທົ່າ) ແລະ ການດຄື່ອນໄຫວຢ່າງວ່ອງໄວ (ສູງສຸດ 60x) ໂດຍບໍ່ຈໍາເປັນຕ້ອງໃຊ້ຄອມພິວເຕີໃນການປະມວນຜົນພາຍຫຼັງ.
α6100 ມາພ້ອມຊ່ອງແຈັກສຽງໄມໂຄຣໂຟນພາຍນອກຊ່ວຍໃຫ້ທ່ານມີຕົວເລືອກຫຼວງຫຼາຍຂຶ້ນສໍາລັບລະບົບສຽງເພື່ອໃຫ້ເໝາະກັບການຖ່າຍວີດີໂອ ທີ່ຈິງຈັງ ແລະ ການຖ່າຍທໍາທີ່ມີຄຸນນະພາບສູງ
ມັນງ່າຍໃນການຈັດເຟຣມຕົວເອງສໍາລັບການບັນທຶກ vlog ແລະ ການຖ່າຍເຊວຟີດ້ວຍໜ້າຈໍ LCD ຂອງກ້ອງເຊິ່ງອຽງຂຶ້ນສູງ 180 ອົງສາ
ຈໍພາບອຽງຂຶ້ນ 180 ° ແລະ ລົດລົງໄດ້ 74 ° ເຮັດໃຫ້ທ່ານຈັດເຟຣມວັດຖຸໄດ້ງ່າຍຂຶ້ນເມື່ອຖ່າຍພາບຈາກມຸມຕໍ່າ ຫຼື ມຸມສູງ
ເມື່ອທ່ານຕັ້ງຄ່າ Touch Tracking ໃນເມນູທີ່ທ່ານສາມາດເລືອກໄດ້ຢ່າງງ່າຍດາຍໂດຍການຖ່າຍພາບເຄື່ອນໄຫວ ກ້ອງຖ່າຍວີດີໂອຈະເຮັດການກວດຈັບແບບອັດຕະໂນມັດ Touch Focusແລະ ໃຊ້ງານງ່າຍພຽງແຕ່ໃຊ້ນິ້ວມືແຕະໄປທີ່ໜ້າຈໍພາບ ເພື່ອກໍານົດຈຸດໂຟກັສ
ກ້ອງ Sony a6100 + Kit 16-50mm - ໃໝ່ 100% - ສິນຄ້າປະກັນສູນ Sony 24 ເດືອນ