Sony ZV-E10 + Kit 16-50mm

ປະເພດ: ກ້ອງ Sony
ຕິດຕໍ່ສອບຖາມ

Sony ZV-E10 + Kit 16-50mm 

  • ຖ່າຍພາບນິ້ງ 24.2 MP ຂະໝາດເຊັນເຊີ APS-C
  • ມີລະບົບ Real-time AF Eye Auto Focus (human and animals)
  • Product Show Case Feature ທີ່ໂຟກັສວັດຖຸໄດ້ໄວ
  • ມີໂໝດ Bokeh Switch (ປັບໝ້າຊັດຫຼັງເບີໄດ້ງ່າຍໆ ດ້ວຍປຸ່ມດຽວ)
  • High Quality Microphone ໃຫ້ສັນຍານສຽງເປັນລະບົບ Digital ໃຊ້ຄູ່ກັບໄມເສິມຂອງ Sony ລຸ້ນ ECM-W2BT ຫຼື ECM-B1M
  • ມີ Soft skin effect ທີ່ສາມາດປັບຜິວໃຫ້ນຽນ
  • Skin tone ທີ່ປັບປຸງມາໃໝ່ ໃຫ້ສິຜິວສວຍງາມ
  • ມີໂໝດກັນສັ່ນ Active (Electronic image stabilization)
  • ມີໂໝດ S&Q ทำ Slowmotion ໄດ້ຈາກໃນກ້ອງສູງສຸດ 120 FPS
  • ຈໍ Vari-angle ທີ່ສາມາດພິກກັບມາຖ່າຍໂຕເອງໄດ້
  • ຖ່າຍວິດີໂອໄດ້ສູງສຸດ 4K 30p FHD 120p
  • Live Streaming ໄດ້ງ່າຍໆ ພຽງສາຍ USB-C ​ເສັ່ນດຽວກໍສາມາດ live ​ໄດ້ທັ້ງພາບ ແລະ ສຽງ
  • ມີຂະໜາດນ້ອຍ ນ້ຳໝັກເບົາ ແລະ ພົກພາງ່າຍ

820 ຄັ້ງ

                             ອອກແບບສວຍງາມ ຂະໝາດນ້ອຍໝ້າຮັກ ປຸ່ມຄວບຄຸມເຮັດວຽກໃຫ້ໃຊ້ງ່າຍເໝາະກັບມື

 

          ຄຸນນະສົມບັດທີ່ໂດດເດັ່ນຢ່າງໝຶ່ງທີ່ Sony ZV-E10 ເຮັດໄດ້ດີຫຼາຍກໍຄືຄວາມນ້ອຍ ເບົາຈັບໃຊ້ງານສະດວກ ນ້ຳໝັກພຽງ 364 ກຣັມ ພົກພາຕິດໂຕໃຊ້ງານໄດ້ທຸກເວລາ ທັ້ງຍັງຕໍ່ໃສ່ກັບດ້າມຈັບ ເພື່ອຄວາມສະດວກໃນການ ເຮັດວຽນໄດ້ອີກນອກຈາກນີ້ ປຸ່ມໃຊ້ງານຍັງອອກແບບມາເພື່ອໃຫ້ຜູ້ໃຊ້ວາງມືໄດ້ສະດວກໂດຍສາມາດໃຊ້ງານໄດ້ດ້ວຍພຽງມືດຽວ ທັ້ງປຸ່ມບັນທຶກວິດີໂອດ່ວນ ປຸ່ມປັບ Still/Movie ມາໄວ້ເທິງເພື່ອໃຫ້ໃຊ້ງານໄດ້ສະດວກຂຶ້ນໄປອີກດ້ວຍ.

 

                             ຖ່າຍງາມຄົມຊັດ ເກັບທຸກລາຍລະອຽດ ແສງສີສັນໄດ້ງາມສົມຈິງ

 

          ເຊັນເຊີ APS-C Exmor™ CMOS ຂອງກ້ອ Sony ZV-E10 ມີຂະໝາດເຖິງ 23.5 x 15.6mm ເຊິງຖືວ່າມີຂະໝາດໃຫ່ຍທຽບເທົ່າກັບກ້ອງລະດັບມືອາຊີບ ແລະ ເຊັນເຊີໃຫ່ຍກວ່າກ້ອງສະມາດໂຟນທົ່ວໄປເຖິງ 8 ເທົ່າເກັບລາຍລະອຽດສີ ແລະ ແສງໄດ່ດີ ພາບຈຶງອອກມາງາມຄົມຊັດ ສີສົມຈິງ.

 

                             ເກັບຄວາມປະທັບໃຈໄດ້ຢ່າງໂດດເດັ່ນທັ້ງແບບຮູບພາບ ແລະ ວິດີໂອ

 

          ກ້ອງ Sony ZV-E10 ອອກແບບມາເພື່ອໃຫ້ເຮັດວຽກໄດ້ທັ້ງພາບນິ່ງ ແລະ ວິດີໂອ ໄດ້ຢ່າງໂດດເດັ່ນ ໃນກ້ອງຂະໝາດນ້ອຍໂດຍພາບນິ່ງໃຫ້ຄວາມລະອຽດພາບຢູ່ມຮາ 24,2 ລ້ານພິກເຊວ ແລະ ບັນທຶກວິດີໂອທີ່ຄວາມລະອຽດດຖິງ 4K ລົດສັນຍານລົບກວນໃນພາບໄດ້ດີ ເຖິງວ່າຈະເປັນການບັນທຶກພາບໃນບ່ອນທີ່ແສງໝ້ອຍກໍຕາມ.

 

                                 ສ້າງສັນພາບໄດ້ໃນແບບທີ່ໂຕເອງຕ້ອງການປ່ຽນເລນສໄດ້

 

          ຄຸນນະສົມບັດທີ່ໂດດເດັ່ນອີກຢ່າງໝຶ່ງທີ່ໝ້າສົນໃຈຂອງກ້ອງ Sony ZV-E10 ທີ່ອອກແບບມາເພື່ອຕອບສະນອງຄວາມຕ້ອງການຂອງຜູ້ໃຊ້ງານຄືຄວາມສາມາດໃນການປ່ຽນເລນສໂດຍ Sony ZV-E10 ຮອງຮັບການໃຊ້ງານກັບເລນສທີ່ເປັນ E-mount ຂອງ Sony ທີ່ມີໃຫ້ເລືອກໄລຍະໃຊ້ໄດ້ຕາມທີ່ຕ້ອງການ ທັ້ງເລນສມຸມກວ້າງ ເລນສເທເລໂຟໂຕ້ ຫຼືເລນສມາໂຄຣເພື່ອສ້າງສັນພາບໄດ້ໃນແບບທີ່ຕ້ອງການ ເພື່ອເພີມປະສິດຕິພາບແລະການເຮັດວຽກກັບກ້ອງໄດ້ຢ່າງເຕັມທີ່.

 

                           ພາບງາມຄົມຊັດ ໂຟກັສບໍ່ຫຼຸດ ດ້ວຍລະບົບອໍ່ໂຕ້ໂຟກັສທີ່ໄວ ແລະ ແໝ້ນຍຳທຸກລາຍລະອຽດ

 

          ລະບົບການກວນຈັບວັດຖຸ ຫຼື ຕົວແບບທີ່ມີຄວາມໄວແລະແໝ້ນຍຳ ດ້ວຍລະບົບອໍ່ໂຕ້ໂຟກັສ phase-detection 425 ຈຸດຄວບຄຸມ 84% ຂອງພື້ນທີ່ ທັ້ງຍັງມີລພບົບຕິດຕາມໃບໝ້າ ແລະ ດວງຕາໄດ້ທັ້ງບຸກຄົນ ຫຼື ສັດລ້ຽງ ໃຫ້ໄດ້ພາບທີ່ຄົມຊັດບໍ່ຫຼຸດໂຟກັສ ຈັບໂຟກັສໄດ້ຢ່າງມີປະສິນຕິພາບ ເຖິງວ່າຕົວແບບກຳລັງເຄື່ອນດ້ວຍຄວາມໄວ ນອກຈາກນີ້ການແຕະເພື່ອປົດລ໊ອກໂຟກັສໄດ້ງ່າຍໆ ພຽງກົດຄ້າງໄວ້ບໍລິເວນທີ່ຕ້ອງການໂຟກັສ ກ້ອງກໍຈະທຳການຕິດຕາມຕົວແບບໃນທັນທີ.

 

                           Vlog ສະດວກສະບາຍດ້ວຍໜ້າຈໍສຳຜັດ ໝຸນປັບໃຊ້ງານເພື່ອຖ່າຍຮູບເຊວຟີ ຖ່າຍວິດີໂອຕົວເອງໄດ້

 

       ອອກແບບມາເພື່ອຕອບສະໜອງຄວາມຕ້ອງການຂອງຜູ້ທີ່ຕ້ອງການໃຊ້ຖ່າຍຮູບຕົນເອງ ຫຼື ບັນທຶກວິດີໂອເປັນພິເສດ ທັງສອງລັກສະນະຂອງການໃຊ້ທີ່ຕອບສະໜອງ ຄວາມງ່າຍຂອງຜູ້ໃຊ້ງານດ້ວຍການໃຊ້ມືດຽວ ແລະ ໜ້າຈໍສຳພັດທີ່ສາມາດໝຸນໄດ້.

 

                           ບໍ່ພາດການບັນທຶກຊ່ວງເວລາທີ່ສຳຄັນດ້ວຍການບອກສະຖານະທີ່ຊັດເຈນໃນການບັນທຶກໜ້າຈໍ

 

       ບັນຫາທີ່ເກີດຂຶ້ນໃນລະຫວ່າງການບັນທຶກວິດີໂອແມ່ນ ຄວາມເຂົ້າໃຈຜິດວ່າວິດີໂອໄດ້ຖືກບັນທຶກໃນເວລານັ້ນ ເພື່ອປ້ອງກັນຄວາມຜິດພາດດັ່ງກ່າວ, Sony ZV-E10 ມີຄຸນສົມບັດທີ່ໃຊ້ໃນຂະນະທີ່ບັນທຶກວິດີໂອແມ່ນການອອກແບບທີ່ມີກອບສີແດງທີ່ປະກົດເທິງໜ້າຈໍ LCD ເມື່ອກົດບັນທຶກວິດີໂອ. ມັນຈະເຮັດໃຫ້ຜູ້ໃຊ້ງານສັງເກດເຫັນໄດ້ຫຼາຍກວ່າກ້ອງຖ່າຍຮູບບັນທຶກວິດີໂອທົ່ວໄປ ເພື່ອບໍ່ໃຫ້ພາດທຸກວິນາທີທີ່ສຳຄັນ.


 

                          ໜ້າຈໍຂະໝາດໃຫຍ່ທີ່ເຫັນໄດ້ຊັດເຈນ ສຳຜັດພຽງເບົາບາງໆ ກໍສາມາດສັ່ງການຄວບຄຸມໄດ້ທັນທີ

 

       ໜ້າຈໍ LCD ຂະໜາດ 3 ນິ້ວ ຕອບສະໜອງການສັ່ງການໄດ້ໄວ ພຽງແຕະສໍາພັດທີ່ຫນ້າຈໍເບົາໆ ກໍສາມາດປະຕິບັດວຽກ ແລະ ຄວບຄຸມກ້ອງໄດ້ທັນທີ , ໜ້າຈໍໃຫ້ທີ່ສີສວຍງາມສົມຈິງ ທັ້ງຍັງອະນຸຍາດໃຫ້ມີການກວດສອບ ແລະ ຕິດຕາມການປະຕິບັດກ້ອງຖ່າຍຮູບຢ່າງເຕັມທີ່.

 

                            ໂປຣໄຟລການຖ່າຍຮູບທີ່ຫຼາກຫຼາຍ ຖ່າຍຮູບງ່າຍຂຶ້ນ ງາມຂຶ້ນ ມ່ວນຂຶ້ນ

 

       ກ້ອງ Sony ZV-E10 ຮູບແບບການໃຊ້ງານແລະຄຸນສົມບັດຂອງກ້ອງຖ່າຍຮູບສະໜັບສະໜູນ ການໃຊ້ງານງ່າຍ ແລະ ຄ່ອງໂຕ . ທີ່ສິ່ງທີ່ສໍາຄັນ ໂປຣໄຟລການເຮັດວຽກຂອງກ້ອງ ເຮັດໃຫ້ການນໍາໃຊ້ສະດວກສະບາຍຫຼາຍຂຶ້ນ ທັງການປິດ / ເປີດ ການຕັ້ງຄ່າ Product Showcase ເພື່ອໃຫ້ພາບຜະລິດຕະພັນບໍ່ມົວ ເມື່ອຍ້າຍຜະລິດຕະພັນເຂົ້າໃກ້ກ້ອງ ມັນຈະຊ່ວຍເຮັດໃຫ້ຮູບຣີວິວເບິ່ງດີຂຶ້ນ, ງາມຂຶ້ນ ແລະ ເບິ່ງເປັນມືອາຊີບຫຼາຍຂຶ້ນ.

 

 

                        ຜິວງາມໝ້າໃສ ພາບມີມິຕິທີ່ສວຍງາມພຽງແຕ່ສໍາຜັດເພື່ອສັ່ງຜ່ານຫນ້າຈໍ ພາບງາມຄົບຈົບໃນຫຼັງກ້ອງ

 

       ລົດຄວາມຍຸ້ງຍາກໃນການຕັ້ງຄ່າກ້ອງ ຫຼື ປັບການຕັ້ງຄ່າສໍາລັບຮູບຄົນ ຫຼື ວັດຖຸເພື່ອໃຫ້ໄດ້ໃບໜ້າທີ່ແຈ້ງດ້ວຍການແຕະພຽງແຕ່ຢູ່ເທິງໜ້າຈໍຢູ່ໃນພື້ນທີ່ທີ່ເຈົ້າຕ້ອງການຈະແຈ້ງ ສ່ວນອື່ນຈະມົວແບບສວຍງາມ ເຮັດໃຫ້ຫົວເລື່ອງໂດດເດັ່ນຍິ່ງຂຶ້ນໃນຂະນະທີ່ຍັງເຮັດໃຫ້ຜິວກະຈ່າງໃສເບິ່ງເປັນທໍາມະຊາດ ແລະ ສາມາດເລືອກລະດັບຄວາມລຽບຂອງຜິວໜັງໄດ້ເປັນຢ່າງດີ ແລະ Sony ZV-E10 ມີລະບົບການຕົກແຕ່ງຮູບພາບໃຫ້ກັບຜູ້ໃຊ້ ໂດຍເພື່ອທີ່ຈະສາມາດຕົກແຕ່ງຮູບພາບຕາມທີ່ເຈົ້າຕ້ອງການໄດ້ 20 ແບບ ເພື່ອເຮັດໃຫ້ຮູບພາບສວຍງາມຫຼັງຈາກກ້ອງຖ່າຍຮູບເລີຍ.

 

                        ປັບພາບ ປັບສີ ຕົບແຕ່ງ ເກດຣດິ້ງສີໃຫ້ໄດ້ຜົນລັບທີ່ງາມແບບມືອາຊີບ

 

       ໃນການເຮັດວຽກວິດີໂອ Sony ZV-E10 ຮອງຮັບການເຮັດວຽກກັບໂປຣໄຟລສີເຊັ່ນ: S-Log3 ແລະ HLG ເພື່ອໃຊ້ໃນການເກດຣດິ້ງສີປັບສີປ່ຽນໂທນ ສ້າງອາລົມພາບດ້ວຍໃຊ້ຊອບແວໃນ PC ຄ້າຍຄືກັບທີ່ໃຊ້ໃນກ້ອງລະດັບມືອາຊີບ.

 

                      ລົດການສັ່ນສະເທື່ອນ ການສັ່ນໄຫວໃນການບັນທຶກວິດີໂອ ດ້ວຍລະບົບກັນສັ່ນແບບ Digital ໃນຕົວ ໃຫ້່ງານວິດີໂອມີຄຸນນະພາບ

 

       Sony ZV-E10 ດ້ວຍລະບົບກັນສັ່ນສະເທືອນແບບ Digital ໃນຕົວຈຶ່ງຊ່ວຍໃຫ້ການເດິນໄປຖ່າຍໄປ ຫຼື ການເຄື່ອນໄຫວລະຫວ່າງການຖ່າຍທຳວິດີໂອນັ້ນ ບໍ່ເຮັດໃຫ້ວິດີໂອໄດ້ຮັບພົບກະທົບຈາກແຮງສັ່ນສະເທື່ອນ ຄິບວິດີໂອທີ່ໄດ້ຍັງຄົງຄວາມນິ່ງ ແລະ ບໍ່ສັ່ນໄຫວ ທັ້ງຍັງຈັບໂຟກັສໄດ້ແໝ້ນຍຳ ນອກຈາກນີ້ Sony ຍັງມີ Sony’s Catalyst Browse / Catalyst Prepare desktop application ເພື່ອຈັດການກັບໄຟລວິດີໂອ ເພື່ອໃຫ້ງານວິດີໂອທີ່ສົມບູນຫຼາຍຂຶ້ນ.

 

                      ຖ່າຍ  Hyperlapes, Timelapes ແລະ Slowmotion ໃຫ້ຄວາມຕື່ນເຕັ້ນ ໃຫ້ມຸມທີ່ຫຼາກຫຼາຍເພື່ອວຽກວິດີໂອທີ່ໂດດເດັ່ນ

 

       ເພື່ອຜົນງານວິດີໂອທີ່ຫຼາກຫຼາຍ ໃຫ້ລັກສະນະທີ່ໂດດເດັ່ນ Sony ZV-E10 ຮອງຮັບການຖ່າຍ Hyperlapes, Timelapes และ Slowmotion ເພື່ອສ້າງຄວາມປະທັບໃຈໃຫ້ກັບຜູ້ຊົມ ທັ້ງຍັງເລົ່າເລື່ຶອງໃນມຸມທີ່ປ່ຽນໄປ ໂດຍກ້ອງຈະມີໂໝດ Slow & Quick Motion ເພື່ອໃຫ້ໃຊ້ງານໂດຍດຶງພາບຊ້າໄດ້ 5x ແລະ ປັບໃຫ້ໄວກວ່າປົກກະຕິເຖິງ 60x ບັນທຶກທີ່ 50 Mbps ຄຸນນະພາບແບບ full HD.

 

                      ຄຸນນະພາບບັນທຶກສຽງທຳໄດ້ທັ້ງໃນແລະນອກຕົວອາຄານຢ່າງມີປະສິຕິພາບ ກວດສອບການເຮັດວຽກຂອງສຽງໄດ້ແບບ Real-Time 

 

       ກ້ອງມີໄມໃນຕົວທີ່ເກັບສຽງໄດ້ດີ ຫຼຸດຜ່ອນສຽງລົບກວນຈາກພາຍນອກ ແຖມມີຕົວກັນລົມມາໃຫ້ນຳ ໂດຍໃນຕົວກ້ອງຈະມີໄມໂຄຣແຄປຊູນທີ່ເປັນໄມໂຄຣໂຟນທີ່ເຮັດໜ້າທີ່ຮັບສຽງ ໂດຍຈະຫຼຸດຜ່ອນສຽງລົບກວນພື້ນຫຼັງເພື່ອໃຫ້ໄດ້ຍິນສຽງທີ່ຊັດເຈນ ບໍ່ວ່າຈະເຮັດວຽກຢູ່ໃນສະຕູດິໂອ ຫຼື ນອກສະຖານທີ່ ມັນຍັງສາມາດບັນທຶກສຽງໃນກາງແຈ້ງໂດຍມີຕົວກັນລົມເພື່ອຊ່ວຍປັບປຸງຄຸນນະພາບສຽງ ແລະ ຍັງສາມາດເພີ່ມຄຸນນະພາບສຽງໄດ້ໂດຍການໃຊ້ໄມພາຍນອກ ຫຼື ໃຊ້ໄມທີ່ເຈົ້າມັກ ມີຊ່ອງສຽບ 3.5ມມ ສາມາດເຊື່ອມຕໍ່ຫູຟັງເພື່ອກວດກາຄຸນນະພາບສຽງໃນເວລາໃຊ້ຈິງ.

 

                        ແບດເຕີຣີໃຊ້ງານໄດ້ຍາວນານ 52 ຊົ່ວໂມງ ຫຼື ຈະສາກໄປໃຊ້ໄປໄດ້ ຄວາມມ່ວນຕໍ່ເນື່ອງບໍ່ມີສະດຸ້ງ

 

       ຫຼຸດຄວາມກັງວົນເລື່ອງຄວາມຕໍ່ເນື່ອງໃນການໃຊ້ງານ ດ້ວຍຄວາມຈຸຂອງແບດເຕີຣີທີ່ໃຊ້ໄດ້ດົນສຸດເຖິງ 2 ຊົ່ວໂມງ ຫຼື ການຖ່າຍຮູບໄດ້ 440 ຮູບ ຮອງຮັບການເຮັດວຽກ Streaming ແລະ ວຽກວິດີໂອທີ່ຕໍ່ເນື່ອງ ແລະ ດົນໄດ້ດ້ວຍຄວາມສາມາດໃນການສາກຜ່ານພາວເວີແບງ ແລະ ການຕໍ່ສາຍໄຟເພື່ອໃຊ້ງານໃນສະຕູດິໂອໄດ້ຢ່າງຍາວນານ ໂດຍບໍ່ຕ້ອງກັງວົນວ່າ ແບດເຕີຣີຈະໝົດ.

 

                                         ຖ່າຍວິດີໂອແບບຕັ້ງ ເພື່ອລົງໃນໂຊຊ້ຽວຍອດນິຍົມຕ່າງໆ

 

 

                            ເຊື່ອມຕໍ່ໃຊ້ງານໄດ້ຢ່າງງ່າຍດາຍ ດ້ວຍລະບົບໄຮ້ສາຍ ທັ້ງຍັງປັບຕົບແຕກວິດີໂອໄດ້ງ່າຍ

 

 

                        ເໝາະສຳລັບການ Vlog , live Streaming ງານວິດີໂອຕ່າງໆ ຣີວິວສິນຄ້າ ແລະ ບັນທຶກຊ່ວງເວລາປະທັບໃຈໃນໂອການຕ່າງໆ

 

 

 

 

Sony ZV-E10 + Kit 16-50mm 

  • ຖ່າຍພາບນິ້ງ 24.2 MP ຂະໝາດເຊັນເຊີ APS-C
  • ມີລະບົບ Real-time AF Eye Auto Focus (human and animals)
  • Product Show Case Feature ທີ່ໂຟກັສວັດຖຸໄດ້ໄວ
  • ມີໂໝດ Bokeh Switch (ປັບໝ້າຊັດຫຼັງເບີໄດ້ງ່າຍໆ ດ້ວຍປຸ່ມດຽວ)
  • High Quality Microphone ໃຫ້ສັນຍານສຽງເປັນລະບົບ Digital ໃຊ້ຄູ່ກັບໄມເສິມຂອງ Sony ລຸ້ນ ECM-W2BT ຫຼື ECM-B1M
  • ມີ Soft skin effect ທີ່ສາມາດປັບຜິວໃຫ້ນຽນ
  • Skin tone ທີ່ປັບປຸງມາໃໝ່ ໃຫ້ສິຜິວສວຍງາມ
  • ມີໂໝດກັນສັ່ນ Active (Electronic image stabilization)
  • ມີໂໝດ S&Q ทำ Slowmotion ໄດ້ຈາກໃນກ້ອງສູງສຸດ 120 FPS
  • ຈໍ Vari-angle ທີ່ສາມາດພິກກັບມາຖ່າຍໂຕເອງໄດ້
  • ຖ່າຍວິດີໂອໄດ້ສູງສຸດ 4K 30p FHD 120p
  • Live Streaming ໄດ້ງ່າຍໆ ພຽງສາຍ USB-C ​ເສັ່ນດຽວກໍສາມາດ live ​ໄດ້ທັ້ງພາບ ແລະ ສຽງ
  • ມີຂະໜາດນ້ອຍ ນ້ຳໝັກເບົາ ແລະ ພົກພາງ່າຍ