ເງື່ອນໄຂຮັບສະຫມັກພະນັກງານ Actions Camera
- ພະນັກງານຂາຍ (Sale)
ຄຸນສົມບັດ:
• ອາຍຸ 20-28 ປີ (ບໍ່ຈໍາກັດເພດ)
• ມີຄວາມມັກຮັກໃນການຂາຍ ແລະ ພ້ອມເປີດປະສົບການໃຫມ່ໆຢູ່ຕະຫຼອດເວລາ
• ມີທັກສະສື່ສານທີ່ດີ ແລະ ມີຄວາມກະຕືລືລົ້ນ
• ມີຄວາມຮູ້ດ້ານການຖ່າຍພາບ, ໂດຣນ ຫລື ອຸປະກອນທີ່ກ່ຽວຂ້ອງຈະພິຈາລະນາເປັນພິເສດ
• ເຮັດວຽກເປັນທີມໄດ້ ແລະ ມີຄວາມຮັບຜິດຊອບ
• ຖ້າມີປະສົບການມາກ່ອນຈະພິຈາລະນາເປັນພິເສດ
ໜ້າທີ່ຮັບຜິດຊອບ:
• ແນະນຳສິນຄ້າ ແລະ ບໍລິການໃຫ້ລູກຄ້າ
• ສ້າງຄວາມສຳພັນ ແລະ ດູແລລູກຄ້າ
• ປິດການຂາຍ ແລະ ຕິດຕາມຍອດຂາຍ
• ໃຫ້ຄຳປຶກສາດ້ານເທັກນິກເບື້ອງຕົ້ນ (ຖ້າມີ)
• ປະສານງານກັບທີມງານພາຍໃນ
===================================================================================================================
- ພະນັກງານ ຕັດຕໍ່ວີດີໂອ (Video Editor)
ຄຸນສົມບັດ:
• ອາຍຸ 20-28 ປີ (ບໍ່ຈໍາກັດເພດ)
• ສາມາດນໍາໃຊ້ໂປຣແກຣມຕັດຕໍ່ເຊັ່ນ : Adobe Pr,Ae, Capcut, Final Cut Pro ແລະ ອື່ນໆທີ່ກ່ຽວຂ້ອງ
• ມີຄວາມຮູ້ແລະປະສົບກ່ຽວກັບການຖ່າຍຮູບ ແລະ ວີດີໂອ
• ມີຄວາມຮູ້ພື້ນຖານກ່ຽວກັບການໃຊ້ Motion Graphic
• ສາມາດເຮັດວຽກຮ່ວມກັບເພື່ອນຮ່ວມງານໃນທີມໄດ້
• ຈັດການເວລາໄດ້ດີ ແລະ ທົນຕໍ່ວຽກທີ່ມີແຮງກົດດັນ
ໜ້າທີ່ຮັບຜິດຊອບ:
• ຖ່າຍ ຫຼື ວີດີໂອຈັດອຸປະກອນເພື່ອຈະໄປຖ່າຍທໍາກ່ຽວກັບສິນຄ້າຕ່າງໆ
• ຕັດຕໍ່ວີດີໂອ ຮຽບຮຽງຟຸດເຖດໃນເຂົ້າກັບເນື້ອໃນຂອງສະຄິບ
• ໃສ່ສຽງ ຫຼື ເອັບເຟັກໃຫ້ເຂົ້າກັບເນື້ອຫາ
• ໃສ່ໂຕໜັງສື ຫຼື ເນື້ອໃນໄປພ້ອມກັບຫົວຂໍ້
• ປັບແສງ ແລະ ສີຂອງວີດີໂອ
• ປະສານງານກັບທີມງານກັບ Content Creator, Graphic ຫຼື ທີມງານການຕະຫຼາດ ແລະ ປຶກສາຫາລືກັນ
• ຕິດຕາມເທຣນ ແລະ ປັບປຸງທັກສະ
===================================================================================================================
ມີສະຫວັດດີການດີ:
• ເງິນເດືອນແຈ້ງຫຼັງສຳພາດ
• ມີໂບນັດ ແລະ ອັບຂັ້ນເງິນເດືອນ
• ມີຄ່າໂທລະສັບ ແລະ ນໍ້າມັນລົດ
ເອກະສານຕິດຂັດ:
• ໃບຢັ້ງຢືນທີ່ຢູ່
• ໃບປະກາດ
• ບັດປະຈຳຕົວ ຫຼື ສຳມະໂນຄົວ
• ໃບຜ່ານງານ (ຖ້າມີຈະພິຈາລະນາເປັນພິເສດ)
ສົ່ງຊີວະປະຫວັດ ( CV ) ມາໄດ້ທີ່:
Email: Info@actionscamera.la
WhatsApp: 020 5656 6889