ກິດຈະກຳ ລຸ້ນຮັບຂອງລາງວັນ ສະຫຼອງຄົບຮອບ 1 ປີ ສາຂາຊຽງຢືນ

ເນື່ອງໃນໂອກາດສະຫຼອງຄົບຮອບ 1 ປີສາຂາຊຽງຢືນ ພວກເຮົາ Actions Camera ມີກິດຈະກຳດີໆມາໃຫ້ທຸກຄົນຮ່ວມຫຼີ້ນໃນຫົວຂໍ້:

“ONE PHOTO ONE STORY YOUR MOMENT MATTERS”

ຕັ້ງແຕ່ເປີດຮ້ານມາພວກເຮົາດີໃຈທີ່ໄດ້ເປັນສ່ວນໜຶ່ງໃນການສ້າງເລົ່າລາວດີໆ ທີ່ເກີດຈາກຮູບຖ່າຍເພາະພວກເຮົາຮູ້ດີວ່າ ອຸປະກອນຖ່າຍພາບບໍ່ແມ່ນແຕ່ເຄື່ອງມື ແຕ່ເປັນສ່ວນໜຶ່ງໃນການເກັບຊ່ວງເວລາທີ່ມີຄ່າເພາະນັ້ນແລ້ວໂອກາດພິເສດແບບນີ້ ເຮົາຢາກໃຫ້ທຸກຄົນໄດ້ຮ່ວມສ້າງແຄັມເປັນນີ້ໄດ້ນຳກັນ.

 

ຂອງລາງວັນ :
1. The winner ເປັນການຄັດເລືອກຈາກທີມງານຮູບພາບທີ່ຖືກໃຈທີ່ສຸດ( Insta360 x4 8k Camera) ມູນຄ່າ 9,950,000 ກີບ
2. Popular Vote ຮູບພາບທີ່ມີການກົດຖືກໃຈ ແລະ ຍອດແຊຣຫຼາຍທີ່ສຸດ( Sandisk SSD 1 Tb) ມູນຄ່າ 4,100,000 ກີບ
3. ພຽງແຕ່ຮ່ວມຫຼີ້ນກິດຈະກຳທຸກຄົນກໍຈະໄດ້ຮັບ ຖົງຜ້າ ແລະ ແມັມໂມລີ 32 GB Ultra 
ລວມມູນຄ່າລາງວັນທັງຫມົດຫລາຍກວ່າ 10 ລ້ານກີບ 

 

ກະຕິກາ: 
1. ກົດຕິດຕາມທີ່ Facebook : Actions Camera ແລະ Share ໂພສນີ້ອອກໄປ
2. ແຄັບຮູບທີ່ແຊຣລົງຄອມເມັ້ນໂພສນີ້
3. ສົ່ງຜົນງານຮູບພາບ ພາຍໃຕ້ຫົວຂໍ້ “ One Photo One Story Your Moment Matters” (ຫນຶ່ງຮູບພາບ ຫນຶ່ງເລື່ອງລາວ ໃນຊ່ວງເວລາທີ່ສຳຄັນຂອງເຈົ້າ) ສົ່ງຮູບພາບພ້ອມຄຳບັນລະຍາຍ ທາງ Email: info@actionscamera.la 

 

ວິທີຮ່ວມຫຼີ້ນກິດຈະກຳ
>  ສົ່ງຂໍ້ມູນມາທີ່: Email: info@actionscamera.la 
1. ສົ່ງຮູບພາບຕົ້ນສະບັບ JPEG ຫຼື ຟາຍ Raw ສາມາດປັບແຕ່ງປັບແຕ່ງໂທນສີພາບໄດ້
2. ເລື່ອງລາວຂອງພາບຖ່າຍ ( ສາມາດບັນລະຍາຍຄວາມໝາຍ ຄວາມຮູ້ສຶກທີ່ມີຕໍ່ພາບໄດ້ທັງພາສາລາວ ແລະ ອັງກິດ )
3. ບອກລຸ້ນອຸປະກອນທີ່ໃຊ້ຖ່າຍ
4. ຂໍ້ມູນເຈົ້າຂອງຮູບພາບ ຊື່, ເບີໂທ, ຊ່ອງທາງຕິດຕໍ່ Whatapp ຫລື Facebook 

 

ຫລັກເກນການປະກວດ: 
1. ສາມາດສົ່ງຜົນງານປະກວດ 1 ຜົນງານຕໍ່ 1 ບັນຊີຜູ້ໃຊ້
2. ສາມາດຖ່າຍກັບກ້ອງໄດ້ທຸກຊະນິດ ລວມເຖິງໂທລະສັບ ແລະ ແທັບເລັດ, ພາບສາມາດຖ່າຍໄດ້ທັງລວງຕັ້ງ ແລະ ລວງນອນ 
3. ສາມາດປັບແຕ່ງພາບຖ່າຍໄດ້ຕາມຄວາມເຫມາະສົມ ແຕ່ບໍ່ສາມາດຕັດຕໍ່ຫລືປ່ຽນແປງເນື່ອຫາຂອງພາບໄດ້
4. ຜົນງານທີ່ສົ່ງເຂົ້າປະກວດຕ້ອງຖ່າຍເອງເທົ່ານັ້ນ ບໍ່ສາມາດນຳໃຊ້ AI Generating Prompts ເຂົ້າຊ່ວຍໄດ້ບໍ່ວ່າຈະເປັນບາງສ່ວນ ຫລື ທັງຫມົດຂອງພາບ
5. ບໍ່ສາມາດນຳຜົນງານພາບຖ່າຍຂອງຄົນອື່ນມາໃຊ້ໄດ້, ຫາກມີການລະເມີດພາບຖ່າຍອັນເປັນລິຂະສິດຂອງຜູ້ອື່ນທາງຜູ້ສົ່ງເຂົ້າປະກວດເປັນຜູ້ຮັບຜິດຊອບຄ່າລິຂະສິດດ້ວຍຕົນເອງ
6. ບໍລິສັດແອັກຊັນເທັກພລັສ ໃນນາມ ແອັກຊັນ ຄາເມຣາ ສາມາດນຳພາບທີ່ເຂົ້າຮອບໄປໃຊ້ໃນການໂຄສະນາໃຫ້ກັບບໍລິສັດໄດ້ໂດຍບໍ່ໄດ້ແຈ້ງເຈົ້າຂອງພາບລ່ວງຫນ້າ 
7. ຜົນການຕັດສິນຈາກທີມງານຖືເປັນທີ່ສິ້ນສຸດ 
8. ບໍລິສັດຂໍສະຫງວນການແກ້ໄຂ ຫລື ປ່ຽນແປງເງື່ອນໄຂຕ່າງໆໂດຍບໍ່ໄດ້ແຈ້ງລ່ວງຫນ້າ 


————————————————————————————————

ປິດຮັບຜົນງານວັນທີ່ 03/09/2025 
ເປີດຜົນງານທີ່ຜ່ານເຂົ້າຮອບເພື່ອໂຫວດວັນທີ່ 05-12/09/2025
ປະກາດຜົນວັນທີ 17/09/2025


ໝາຍເຫດ: ສຳຫຼັບການຕັດສິນລາງວັນ The winner ແມ່ນຈະເປັນຮູບທີ່ເລື່ອງລາວ ແລະ ຮູບພາບຖືກໃຈທີມງານທີ່ສຸດໂດຍຄັດເລືອກຜົນງານທີ່ສອດຄ້ອງກັບຫົວຂໍ້ທີ່ສຸດ , ຄວາມສວຍງາມ ແລະ ເທັກນິກການຖ່າຍພາບ, ຄວາມຄິດສ້າງສັນ , ຄວາມຫມາຍ ແລະ ການເຂົ້າເຖິງອາລົມຂອງພາບ

 

ແບ່ງປັນໂພສນີ້: