ເງື່ອນໄຂຮັບສະຫມັກພະນັກງານ Actions Camera

ພະນັກງານ ຜູ້ຈັດການຮ້ານ (Manager) ຈຳນວນ 02 ຕໍາແໜ່ງ


ຄຸນສົມບັດ:

•  ອາຍຸ 25 - 30 ປີ
•  ເພດຍິງ-ຊາຍ
•  ມີປະສົບການ ການບໍລິຫານຮ້ານ ຫຼື ດູແລທີມຂາຍມາຢ່າງໜ້ອຍ 1 ປີ 
•  ຖ້າມີຄວາມຮູ້ແລະປະສົບກ່ຽວກັບກ້ອງຖ່າຍຮູບ (ຈະພິຈາລະນາເປັນພິເສດ)
•  ມີຄວາມເປັນຜູ້ນໍາ ຮັບຜິດຊອບສູງ ແລະ ແກ້ໄຂປັນຫາສະເພາະໜ້າໄດ້ດີ
•  ສາມາດໃຊ້ໂປຣແກຣມພື້ນຖານ Word,Excel... ແລະ ໂຊຊ້ຽວມີເດຍເພື່ອສົ່ງເສີມການຂາຍໄດ້ 
•  ມີໃຈຮັກການບໍລິການ ແລະ ເຮັດວຽກພາຍໃຕ້ເປົ້າໝາຍຂອງຍອດຂາຍ
•  ຈັດການເວລາໄດ້ດີ ແລະ ທົນຕໍ່ວຽກທີ່ມີແຮງກົດດັນ

 

ໜ້າທີ່ຮັບຜິດຊອບ:

• ດູແລການການດໍາເນີນງານໃນຮ້ານທັງໝົດ 
• ຄວບຄຸມຄວາມເປັນລະບຽບຂອງຮ້ານເປັນຢ່າງດີ
• ວາງແຜນຍອດຂາຍ ແລະ ຄວບຄຸມທີມງານ
• ກວດສອບສະຕ໊ອກສິນຄ້າ ລາຍຮັບ-ລາຍຈ່າຍ  
• ປະສານງານກັບຜູ້ສັ່ງສິນຄ້າພາຍໃນບໍລິສັດ 
 • ສະຫຼຸບຍອດຂາຍປະຈໍາວັນ / ປະຈໍາເດືອນ


===================================================================================================================

ພະນັກງານຂາຍ (Sale) ຈຳນວນ 01 ຕໍາແໜ່ງ


ຄຸນສົມບັດ:

• ອາຍຸ 20-28 ປີ (ບໍ່ຈໍາກັດເພດ)
• ມີຄວາມມັກຮັກໃນການຂາຍ ແລະ ພ້ອມເປີດປະສົບການໃຫມ່ໆຢູ່ຕະຫຼອດເວລາ
• ມີທັກສະສື່ສານທີ່ດີ ແລະ ມີຄວາມກະຕືລືລົ້ນ
• ມີຄວາມຮູ້ດ້ານການຖ່າຍພາບ, ໂດຣນ ຫລື ອຸປະກອນທີ່ກ່ຽວຂ້ອງຈະພິຈາລະນາເປັນພິເສດ
• ເຮັດວຽກເປັນທີມໄດ້ ແລະ ມີຄວາມຮັບຜິດຊອບ
• ຖ້າມີປະສົບການມາກ່ອນຈະພິຈາລະນາເປັນພິເສດ

 

ໜ້າທີ່ຮັບຜິດຊອບ:

• ແນະນຳສິນຄ້າ ແລະ ບໍລິການໃຫ້ລູກຄ້າ
• ສ້າງຄວາມສຳພັນ ແລະ ດູແລລູກຄ້າ
• ປິດການຂາຍ ແລະ ຕິດຕາມຍອດຂາຍ
• ໃຫ້ຄຳປຶກສາດ້ານເທັກນິກເບື້ອງຕົ້ນ (ຖ້າມີ)
• ປະສານງານກັບທີມງານພາຍໃນ


===================================================================================================================

ພະນັກງານ HR ຈຳນວນ 01 ຕໍາແໜ່ງ


ຄຸນສົມບັດ:

• ອາຍຸ 25-32 ປີ (ບໍ່ຈໍາກັດເພດ)
• ມີປະສົບການດ້ານ HR ຈະພິຈາລະນາເປັນພິເສດ
• ມີຄວາມເປັນຜູ້ນຳ, ທັກສະສື່ສານທີ່ດີ ແລະ ການປະສານງານດີ
• ເຮັດວຽກເປັນທີມໄດ້ ແລະ ມີຄວາມຮັບຜິດຊອບ
• ສາມາດໃຊ້ໂປຣແກຣມພື້ນຖານ (MS Offiice) ໄດ້ດີ
• ມີຄວາມຮັບຜິດຊອບ ແລະ ພັດທະນາຕົວເອງຢ່າງຕໍ່ເນື່ອງ

 

ໜ້າທີ່ຮັບຜິດຊອບ:

• ຮັບຜິດຊອບວຽກຮັບສະຫມັກ, ຄັດເລືອກ, ລາຍງານການເຂົ້າເຮັດວຽກປະຈຳເດືອນຂອງພະນັກງານ
• ກວດກາເອກະສານບຸກຄະລາກອນ ແລະ ພັດທະນາບຸກຄະລາກອນ
• ດູແລລະບົບການປະເມີນຜົນ ແລະ ສະວັດດີການພະນັກງານ


===================================================================================================================

 

ມີສະຫວັດດີການດີ:

• ເງິນເດືອນແຈ້ງຫຼັງສຳພາດ
• ມີໂບນັດ ແລະ ອັບຂັ້ນເງິນເດືອນ 
• ມີຄ່າໂທລະສັບ ແລະ ນໍ້າມັນລົດ 

 

ເອກະສານຕິດຂັດ:

• ໃບຢັ້ງຢືນທີ່ຢູ່
• ໃບປະກາດ
• ບັດປະຈຳຕົວ ຫຼື ສຳມະໂນຄົວ
• ໃບຜ່ານງານ (ຖ້າມີຈະພິຈາລະນາເປັນພິເສດ)

 

ສົ່ງຊີວະປະຫວັດ ( CV ) ມາໄດ້ທີ່:

Email:  Info@actionscamera.la
WhatsApp:  020 5656 6889

ແບ່ງປັນໂພສນີ້: