ເປີດຕົວກ້ອງ Nikon Z5 ລຸ້ນໃໝ ນ້ອງໃໝ່ ໄຟແຮງ!!! ກ້ອງ FullFrame ລາຄາດີສະບາຍ ກະເປົ໋າ ແລະ ຍັງມີເລນສ Nikkor Z 24-50mm / 24-200mm

ສໍາລັບການເປີດຕົວກ້ອງ Nikon Z5 ນີ້ເປັນກ້ອງ FullFrame ພ້ອມກັບລາຄາສະບາຍກະເປົ໋າຫຼາຍໆຄົນກັນເລີຍ.

 

Nikon Z5 ເປັນກ້ອງ FullFrame ໃນລະດັບເລີ່ມຕົ້ນ ໂດຍ ເຊັນເຊີມີຄວາມລະອຽດ 24.3 ລ້ານພິກເຊວ ໃຊ້ຊິບປະມວນຜົນ  EXPEED 6 ມີຄ່າ ISO ຕໍ່າສຸດ 100 ສູງສຸດ 52,000. ນອກຈາກນັ້ນຍັງມີກັນສັ່ນຄືກັບລຸ້ນອ້າຍຜ່ານມາ Nikon Z6 , Nikon Z7 ແລະ ສາມາດໃຊ້ Speed Shutter ຕໍ່າສຸດທີ່ 30s ສູງສຸດ 1/8000, ເປັນກ້ອງທີ່ອາດຈະຄົບຄັນທີ່ສຸດກໍເປັນໄດ້ ແລະ ຍັງລາຄາດີນໍາອີກ.

 

 

Nikon Z5 ມາພ້ອມລະບົບໂຟກັນ Eye Detection AF / Animal Detection AF ໂດຍມີຈຸດໂຟກັສທັງໝົດ 273 ຈຸດ ສາມາດຖ່າຍພາບນິ້ງຕໍ່ເນື່ອງ 4.5 fps. ຄວາມລະອຽດຂອງຊ່ອງມອງພາບ ຫຼື View Finder EVF 3.69 ລຸ້ນຈຸດ. ມີຈໍ LCD ຂະໜາດ 3.2 ນິ້ວ ມີຄວາມລະອຽດ 1 ລ້ານຈຸດ, ຮອງຮັບການຖ່າຍວີດີໂອ 4K ມີຊ່ອງໃສ່ SD Card 2 ຊ່ອງ,   ໃຊ້ແບັດເຕີຣີ ລະຫັດ EN-EL15 ເປັນຕົວເຄື່ອງແບບ Weather Seal ແລະ ມີນໍ້າໜັກລວມພ້ອມແບັດເຕີຣີ ພຽງແຕ່  675 ກຣາມ ເທົ່ານັ້ນ!

 

ນອກນັ້ນ ຍັງມີເລນສທີ່ໄດ້ເປີດຕົວມາພ້ອມກັນເຊັ່ນ: Nikkor Z 24-50mm f/4-6.3 ແລະ Nikkor Z 24-200mm f/4-6.3 ເປັນເລນສທີ່ມີຂະໜາດນ້ອຍພົກພາສະດວກໜ້າຮັກ ເໝາະສຸດກັບການຖ່າຍຮູບແບບພົກຊຸດດຽວກັນເລີຍ!
 

 

 

ສ່ວນເລື່ອງລາຄານັ້ນເຮົາຈະແຈ້ງໃນທ້າຍເດືອນນີ້ ຮັບປະກັນວ່າລູກຄ້າຈະໄດ້ຮັບລາຄາທີ່ດີທີ່ສຸດ!
ຄຸ້ມຄ່າຫຼາຍໃນການເປີດຕົວກ້ອງລຸ້ນໃໝ່ Nikon Z50 ນີ້ ມາພ້ອມ Specs ທີ່ມີໃຫ້ໃຊ້ຢ່າງຄົບຖ້ວນ ແລະ ສະດວກສະບາຍ!

 

ແບ່ງປັນໂພສນີ້: