ສົມການລໍຖ້າເປັນເວລາ 5 ປີ! ເປີດຕົວແລ້ວ Sony A7SIII ກ້ອງວີດີໂອທີ່ສຸດຍອດທີ່ສຸດ ແລະ ເທບສຸດ!!!

ຫຼັງຈາກທີ່ຫ່າງເຫີນກັນມາດົນຈາກກ້ອງລຸ້ນກ່ອນໜ້ານັ້ນ 5 ປີ ມາຮອດຕອນນີ້ Sony ໄດ້ອອກເປີດຕົວກ້ອງ A7SIII ເປັນທີ່ຮຽບຮ້ອຍ ໂດຍກ້ອງຕົວນີ້ເປັນກ້ອງ Mirrorless Full-frame E-Mount ຕົວໃໝ່ທີ່ມາຊໍານານໃນດ້ານຂອງວີດີໂອສະເພາະ ແລະ ການຖ່າຍໃນບ່ອນທີ່ມີແສງໜ້ອຍ.

 

ປັບປຸງເຊັນເຊີ 12 ລ້ານພິກເຊວ ໃຫ້ສາມາດອ່ານຂໍ້ມູນວ່ອງໄວຍິ່ງຂຶ້ນກວ່າເກົ່າ!

Sony A7SIII ມາພ້ອມເຊັນເຊີດ້ວຍຄວາມລະອຽດ 12 ລ້ານພິກເຊວ ແຕ່ຫຼາຍຄົນກໍບອກວ່າກໍເທົ່າດຽວກັບ 5 ປີທີ່ແລ້ວນັ້ນ ແຕ່ສໍາລັບລຸ້ນໃໝ່ນີ້ເປັນລຸ້ນທີ່ປັບປຸງຂຶ້ນມາໃຫ້ສາມາດຖ່າຍໂອນຂໍ້ມູນໄດ້ໄວຍິ່ງຂຶ້ນຫຼາຍ ການຮັບແສງໄດ້ດີກວ່າເກົ່າ ແລະ ສັນຍານການລົບກວນໜ້ອຍລົງ. ນອກຈາກນີ້ຍັງມາພ້ອມຊີບສປະມວນຜົນ BIONZ-XR ເຖິງ 2 ຕົວ ທີ່ມີຄວາມວ່ອງໄວ ເມື່ອທຽບໃສ່ A7 Series ໃນປະຈຸບັນ ໃນດ້ານ ISO ກໍສາມາດດັນຂຶ້ນໄປສູງສຸດເຖິງ 409600 ແລະ ລົດລົງໄດ້ຕໍ່າສຸດ 40

ໂປຣເຊດເຊີພາບ BIONZ XRTM ຊົງພະລັງສູງເຖິງ 8 ເທົ່າ

ໜ່ວຍປະມວນຜົນໄດ້ໃຊ້ເປັນ BIONZ-XR processor ທີ່ກ່າວມານັ້ນຈະມີປະສິດທິພາບສູງກວ່າລຸ້ນກ່ອນເຖິງ 8 ເທົ່າຕົວ ດ້ວຍເຊັນເຊີທີ່ໃໝ່ແລະຄວາມໄວທີ່ບໍ່ມີໃຜ໋ທຽບ ລະບົບປະມວນຜົນພາບ BIONZ XR ໄດ້ໃຫ້ຄວາມວ່ອງໄວທັງພາບນິ້ງ ແລະ ພາບເຄື່ອນໄວຢ່າງບໍ່ມີສະດຸດ.

 

ຊ່ອງເບິ່ງພາບ Electronic ຄວາມລະອຽດ 9.44 ລ້ານຈຸດ

ສ່ວນຊ່ອງມອງພາບ EVF ນີ້ຈະໃຊ້ OLED ດ້ວຍຄວາມລະອຽດສູງເຖິງ 9.44 ລ້ານຈຸດ ເປັນຊ່ອງມອງພາບທີ່ລະອຽດທີ່ສຸດທີ່ເຄີຍມີມາ ໂດຍມີອັດຕາຂະຫຍາຍຢູ່ທີ່ 0.9x ເຖິງຈະໃສ່ແວ່ນຕາດ້ານນອກກໍຍັງສາມາດເບິ່ງເຫັນ EVF ໄດ້ຢ່າງສະບາຍຕາ

ຈໍພາບ LCD ປັບຮອບທິດທາງເພື່ອການຖ່າຍວີດີໂອທີ່ສະດວກຂຶ້ນ
ຈໍພາບ LCD ແບບພັບໄດ້ຮອບທິດທາງແບບດຽວກັບກ້ອງ Sony ZV-1 ເຊິ່ງມີຂະໜາດຢູ່ທີ 3.0 ນິ້ວ ຄວາມລະອຽດ 1.44 ລ້ານຈຸດ ທີ່ສໍາຄັນຄືສາມາດໃຊ້ສໍາຜັດ Touch Menu ໄດ້ອີກດ້ວຍ...
 
 

Dual Card Slot ທີ່ມີທັງ SD Card UHS-II ແລະ CF Express Type-A

Sony A7SIII ນີ້ມາພ້ອມກັບຊ່ອງໃຊ່ກາສຄວາມຈໍາ 2 ຊ່ອງ ໂດຍທັງ 2 ຊ່ອງນັ້ນຈະຮອງຮັບກາສທີ່ເປັນ SD Card UHS-II ແລະ ຊ່ອງສຽບ CF-Express Type-A ໝາຍຄວາມວ່າເຮົາສາມາດໃສ່ໄດ້ກາສ 2 ຮູບແບບໄປໃນກາສສະລ໋ອດໃດ໋ກໍໄດ້

CFexpress Type A ນັ້ນຈະມີຂະໜາດນ້ອຍກວ່າ SD Card ຂະໜາດປົກກະຕິເລັກໜ້ອຍ ແຕ່ຈະໜາກວ່າ ໃຫ້ຄວາມໄວທີ່ໄວກວ່າ SD Card UHS-II ທົ່ວໄປເຮັດໄດ້ຢູ່ທີ່ 300 MB/s ແຕ່ຖ້າແມ່ນ CFexpress Type A ນັ້ນຈະມີ PCLe interface gen 3, 1 ຊ່ອງຂໍ້ມູນ ສາມາດຮອງຮັບຂໍ້ມູນໄດ້ສູງສຸດ 1000 MB/s

ໂຄງສ້າງເມນູແບບໃໝ່ ຮອງຮັບລະບົບສໍາຜັດດຕັມຮູບແບບ

ເມນູຮູບໃໝ່ນັ້ນຈະແຕກຕ່າງຈາກແມນູຮູບແບບເກົ່າໄປຫຼາຍເລີຍ ໜ້າຈໍເມນູໃຊ້ງານໂດຍການສໍາພັດ ປັດໄປມາ ແລະ ໃຊ້ຊູມອອກຊູມເຂົ້າ ຍັງເຮັດໃຫ້ການຄວບຄຸມທີ່ງ່າຍໄປຍິ່ງຂຶ້ນ

 

ວີດີໂອ ຄວາມລະອຽດ 4K / 120p

ມາໃນດ້ານຂອງວີດີໂອກ້ອງຕົວນີ້ສາມາດບັນທຶກວີດີໂອດ້ວຍຄວາມລະອຽດສູງສຸດເຖິງ 4K / 120p ເຊິ່ງຈະໃຊ້ເທັກໂນໂລຍີ full-pixel readout without pixel binning ໂດຍຈະບໍ່ມີການຄ໋ອບໃນໂໝດ 4K / 60p ແຕ່ຈະມີການຄ໋ອບເລັກໜ້ອຍທີ່ 1.1x ໃນໂໝດ 4K / 120p

ອັດວີດີໂອ 4K ໄດ້ທີ່ 120 FPS ພ້ອມ Codec ໃໝ່ XAVC-S-I ແລະ XAVC-HS

 Sony A7SIII ນີ້ສາມາດຖ່າຍໄດ້ເຖິງ 120 FPS  ພ້ອມອັດຕາບີບອັດສີໄດ້ສູງສຸດ 4:2:2 10 Bits ກັນເລີຍ!

ນອກຈາກນີ້ແລ້ວ Sony ຍັງໄດ້ໃສ່ Codec ເຂົ້າມາໃໝ່ອັນທໍາອິດກໍຄື XAVC-S-I ເປັນການອັດແບບ Intra frame (All-I) ທີ່ມີບິດເຣດສູງສຸດ 500 MBit/s  ສ່ວນອັນທີ່ສອງ  XAVC-HS ຈະເປັນການບີບອັດແບບ H.265 ບິດເຣດສູງສຸດ 200 MBit/s ໃນສ່ວນຂອງ External Recorder ເມື່ອໃຊ້ກັບພ໋ອດທີ່ມີມາໃຫ້ HDMI 2.1 ນັ້ນສາມາດ Output ໄດ້ທີ່ 4K ທີ່ 60 FPS ແບບ 16 Bit Raw Files (ProRess Raw)

ວີດີໂອ Slow Motion 240 FPS ແຖມຍັງ Auto Focus ໄດ້

ສໍາລັບໃຜ໋ທີ່ຄິດວ່າ 120 FPS ໃນ 4K ບໍ່ພໍນັ້ນ Sony A7SIII ກໍມີທາງເລືອກໃນການບັນທຶກວີດີໂອຄວາມລະອຽດ Full HD ໄດ້ທີ່ 240 FPS ກັນເລີຍ ໂດຍການເຮັດວຽກນັ້ນສາມາດໃຊ້ງານລະບົບ Auto Focus ໄດ້ຕໍ່ເນື່ອງແບບເຕັມປະສິດທິພາບ ຕ່າງຈາກກ້ອງລຸ້ນອື່ນທີ່ຜ່ານມາ ແລະ ຍັງບັນທຶກສຽງເອົາໄວ້ໃຊ້ງານໄດ້ອີກດ້ວຍ

ລະບົບກັນສັ່ນ 5 ແກນ ພ້ອມລະບົບດີຈິຕອນ

Sony A7SIII ນີ້ມາພ້ອມກັນສັ່ນໃນຕົວ 5 Axis ໂດຍທາງໂຊນີເຄຣມໄວ້ວ່າສາມາດຊ່ວຍໄດ້ 5.5 Stops ໃນໂໝດວີດີໂອ ແຖມຍັງມີກັນສັ່ນໃນຮູບແບບຂອງດີຈິຕອນເຂົ້າມາອີກດ້ວຍ ເຊິ່ງຈະໃຊ້ Gyro Sensor ໃນການຊ່ວຍການຄໍານວນລະບົບກັນສັ່ນໃຫ້ມີປະສິດທິພາບທີ່ດີຍິ່ງຂຶ້ນ

ໂຟກັສທີ່ວ່ອງໄວທີ່ສຸດ ແຖມຖ່າຍພາບຕໍ່ເນື່ອງໄດ້ 10 FPS

ມີລະບົບໂຟກັສ Phase Detection ຈໍານວນ 759 ຈຸດ ແລະ Contrast Detection 425 ຈຸດ ຄວບຄຸມ 92% ຂອງໜ້າຈໍລະບົບໂຟກັສໃນ Sony A7SIII ນີ້ເປັນລະບົບໂຟກັສທີ່ Base On ລະບົບ AI ຫຼືທີ່ Sony ເອີ້ນວ່າ Real-Time AF ນັ້ນເປັນສິ່ງທີ່ແຕກຕ່າງກັບ Lock-On AF ທີ່ເຄີຍໃຊ້ກັນກັບລຸ້ນເກົ່າໆກໍຄືເລື່ອງປະສິດທິພາບ ແຕ່ຫາກຈະເຈາະເລິກຂໍ້ມູນກັນແລ້ວ ການເຮັດວຽກຂອງ Real-Time AF ຂ້ອນຂ້າງຕ່າງກັນຫຼາຍ ເພາະສໍາລັບ Lock-On AF ນັ້ນ ຈະວິເຄາະໂດຍການໃຊ້ສີ ລະຍະຫ່າງ ແລະ ໃບໜ້າ  ແຕ່ສໍາລັບ Real-Time AF ນັ້ນນອກຈາກຈະຄໍານວນສີ ໄລຍະຫ່າງ ແລະ ໃບໜ້າແລ້ວ ຍັງຄໍານວນຈາກຕາ ແລະ ລວດລາຍໃນພາບອີກດ້ວຍ ໂດຍທັງໝົດນີ້ຈະຜ່ານລະບົບ AI ທີ່ມີໜ່ວຍປະມວນຜົນອັນຊົງພະລັງ ເຮັດໃຫ້ປະສິດທິພາບດີຍິ່ງຂຶ້ນ.

ສ່ວນໃນເລື່ອງການຖ່າຍພາບຕໍ່ເນື່ອງນັ້ນຕົວກ້ອງສາມາດຖ່າຍພາບຕໍ່ເນື່ອງໄດ້ສູງສຸດ 10 ພາບຕໍ່ນາທີ ໂດຍໃຊ້ງານໄດ້ທັງລະບົບໂຟກັສ ແລະ ລະບົບວັດແສງ  (AF ແລະ  AE) ນອກຈາກນີ້ຍັງຮອງຮັບລະບົບ Animals Eye-AF ຄືກັບລຸ້ນອື່ນໆອີກດ້ວຍ...

 

ການລະບາຍຄວາມຮ້ອນເພື່ອການບັນທຶກທີ່ໄວ້ໃຈໄດ້

ຮີດຊິ້ງຮູບຊົງແບບ Σ (ຊິກມາ) ຂອງ Sony ທີ່ບໍ່ຄືໃຜ໋ທີ່ຝັງລົງໃນໜ່ວຍການປ້ອງກັນພາບສັ່ນໄຫວ ສ່ວນນີ້ຈະລະບາຍຄວາມຮ້ອນໄດ້ຢ່າງມີປະສິດທິພາບເຖິງ 5 ເທົ່າຕົວ!

 
 

 

ສະເປັກເບື້ອງຕົ້ນ Sony A7SIII

  • ເຊັນເຊີ Full-frame ຄວາມລະອຽດ 12.1 MP
  • ໜ່ວນປະມວນຜົນ Bionz XR processor
  • ກັນສັ່ນ 5 ແກນ ທີ່ຊົດເຊີຍສະປີດຊັດເຕີໄດ້ເຖິງ 5.5 stop
  • ລະບົບໂຟກັສ Phase Detection ຈໍານວນ 759 ຈຸດ ແລະ Contrast Detection 425 ຈຸດຄວບຄຸມ 92% ຂອງໜ້າຈໍ
  • ໂຟກັສໃນທີ່ມືດໄດ້ເຖິງ -6 EV
  • ຖ່າຍພາບຕໍ່ເນື່ອງ 10 ພາບ ຕໍ່ວິນາທີ
  • ດັນ iso ໄດ້ສູງສຸດເຖິງ 409,600
  • ສາມາດບັນທຶກວີດີໂອດ້ວຍຄວາມອຽດສູງສຸດ 4K 120p 10bit 4:2:2 ແລະ FHD 240p
  • ເຂົ້າລະຫັດວີດີໂອແບບໃໝ່ XAVC-S-I ແລະ XAVC-HS
  • ຮອງຮັບໂປຟາຍ HLG, S-Log2 และ S-Log 3
  • 16bit RAW output
  • Dynamic range 15 stops
  • ມີ Eye-AF และ Anime eye-AF
  • ຈໍສະແດງຜົນ LCD ແບບພັບໄດ້ຮອບທິກທາງ ຂະໜາດ 3 ນິ້ວ ຄວາມລະອຽດ 1.44 ລ້ານຈຸດ
  • ສາມາດໃຊ້ລະບົບສໍາຜັດໃນເມນູຕ່າງໆໄດ້ແລ້ວ
  • EVF ຄວາມລິອຽ, 9.44 ລ້ານຈຸດ (QXGA resolution) ອັດຕາຂະຫຍາຍ 0.9x
  • ບໍ່ມີການ Overheat ແລະບໍ່ຈໍາກັດການຖ່າຍວີດີໂອ
  • ຮອງຮັບ USHII cardและ CFexpress Type A ແບບ Dual slot
  • ຮອງຮັບ USB-C ,Micro USB ແລະ HDMI 2.1
  • ຮອງຮັບ Wi-zfi 2.4Ghz ແລະ 5 Ghz
  • ນໍ້າໜັກ 699 ກຣາມ

ສ່ວນເລື່ອງລາຄາປະມານ $3500 ( ຕ່າງປະເທດ)

ແບ່ງປັນໂພສນີ້: